ບົດທີ່ 1
ຄວາມໝາຍ ແລະ ຄວາມສຳຄັນຂອງວັດທະນະທຳ
1. ຄວາມໝາຍ
ຄຳວ່າ “ ວັດທະນະທໍາ ” ແມ່ນຄໍາສະໝາດໃນພາສາບາລີ (Compound Word)“ວັດທະນະທຳ” ແປວ່າ ຄວາມຈະເລີນ, ຄວາມງອກງາມ, ສ່ວນຄໍາວ່າ “ ທໍາ ” ແປວ່າຄຸນຄວາມດີ, ຄວາມງາມ, ຄວາມບໍລິສຸດ, ຄວາມຖືກຕ້ອງດັ່ງນີ້ເປັນຕົ້ນ. ເມື່ອແປຕາມຄວາມໝາຍຂອງສັບ, ມີຄວາມໝາຍວ່າ “ ວັດທະນະທໍາ ” ຄວາມຈະເລີນ, ຄວາມໝັ້ນຄົງ ຫຼື ລັກສະນະທີ່ສະແດງເຖິງຄວາມດີ, ຄວາມງາມ, ຄວາມເປັນລະບຽບຮຽບຮ້ອຍ, ຄຸນນະທຳ.
“ ວັດທະນະທໍາ ” ແມ່ນຄຸນຄ່າອັນລວມຍອດຂອງການສະສົມບັນດາຜະລິດທະພັນທາງວັດຖຸ ແລະ ຈິດໃຈ ທີ່ມວນມະນຸດໄດ້ປະດິດສ້າງຂື້ນມາ ໂດຍຜ່ານຂະບວນວິວັດທາງປະຫັວດສາດ ຫຼື ເວົ້າອີກຢ່າງໜຶ່ງວ່າແມ່ນໝາກຜົນໝາກຜົນຂອງຄວາມຈະເລີນງອກງາມ, ຄວາມດີ, ຄວາມງາມທີ່ສັງຄົມນັ້ນໆປະດິດສ້າງຂື້ນ ແລະ ສະສົມຖ່າຍທອດມາຮອດປັດຈຸບັດ.
ສະນັ້ນ “ ວັດທະນະທໍາ ” ຈິ່ງລວມເອົາທຸກສິ່ງທຸກຢ່າງທີ່ມວນມະນຸດປະດິດສ້າງໃນແຕ່ລະຍຸກສະໄໝ ອັນເກີດຈາກປະສົບການ, ບົດຮຽນຊີວິດ ແລະ ບັນດາຫົວຄິດປະດິດສ້າງຂອງຄົນໃນຊາດໜຶ່ງໆ ເຊັ່ນ: ພາສາປາກເວົ້າ, ກິລິຍາມາລະຍາດ, ການທໍາມາຫາກິນ, ນິໄສໃຈຄໍ, ທີ່ຢູ່ອາໄສຕະຫຼອດເຖິງວັດຖຸອຸປະກອນການຜະລິດຕ່າງໆ, ດ້ວຍເຫດນີ້ການສະສົມວັດທະນະທໍາ ຈິ່ງແມ່ນການສະສົມບັນດາປະສົບການ, ຄວາມຮູ້ຄວາມສາມາດ, ພູມປັນຍາຊາວບ້ານ ແລະ ຕະຫຼອດເຖິງໝາກຜົນຂອງການຄົ້ນຄິດວິທະຍາສາດອີກດ້ວຍ
2. ປະເພດຂອງວັດທະນະທຳ
2.1 ວັດທະນະທໍາທີ່ເປັນວັດຖຸ (Material Culture)
ວັດທະນະທໍາທີ່ເປັນວັດຖຸ ໝາຍເຖິງສິ່ງວັດຖຸຕ່າງໆທີ່ມວນມະນຸດໃນຊາດໜຶ່ງໆ ປະດິດສ້າງຂື້ນມາໃນຂະບວນວິວັດຂອງຍຸກສະໄໝຕ່າງໆມີຄຸນຄ່າທາງດ້ານສິລະປະອັນເປັນທີ່ຍອມຮັບໃນສັງຄົມ ເຊິ່ງສາມາເບິ່ງເຫັນ, ຈັບບາຍໄດ້, ເຄື່ອນຍ້າຍໄດ້ ເຊັ່ນ: ປະຕິມາກຳ, ວິຈິດຕະກຳ, ເຄຫະສະຖານ, ອຸປະກອນ, ເຄື່ອງໃຊ້ສອຍ, ເຄື່ອງນຸ່ງຫົ່ມ, ເຄື່ອງເກົ່າແກ່, ວັດຖຸຍູຮານຕະຫຼອດເຖິງສິ່ງຂອງຕ່າງໆທີ່ມີຄຸນຄ່າທາງສິລະປະປະຈຳຊາດ.
2.2 ວັດທະນະທໍາທາງດ້ານຈິດໃຈ ( Non material Culture )
ວັດທະນະທໍາທາງດ້ານຈິດໃຈ ແມ່ນການສະແດງອອກແບບນາມມະທໍາ, ບໍ່ເຫັນເປັນຮູບຮ່າງ, ບໍ່ສາມາດຈັບບາຍໄດ້ ເຊິ່ງແມ່ນຂະບວນການທີ່ເກີດຈາກຈິດສໍານຶກ ເຊັ່ນ: ພາສາປາກເວົ້າ, ແນວຄວາມຄິດ, ຄວາມເຊື່ອຖື, ສິລະທໍາ, ຄຸນນະທໍາ, ຈັນຍາບັນ, ມາລະຍາດ, ຈາຮີດປະເພນີ, ວັນນະຄະດີ, ສຽງດົນຕີ ແລະ ອື່ນໆ.
3. ຄວາມສໍາຄັນຂອງວັດທະນະທໍາ
ວດທະນະທໍາເປັນສິ່ງວັດແທກຄຸນຄ່າຂອງມະນຸດໃນຊາດ, ແມ່ນອົງປະກອບສ້າງທີ່ສໍາຄັນທາງດ້ານຄຸນຄ່າສິລະປະທີ່ຊ່ວຍພັດທະນາຈິດໃຈ, ເຝິກຝົນແນວຄິດ, ການປະພຶດປະຕິບັດ ເພື່ອສ້າງໃຫ້ຄົນໃນສັງຄົນກາຍເປັນພົນລະເມືອງດີ, ມີຄວາມຈະເລີນກ່າວໜ້າ ເຊິ່ງສາມາດດຳລົງຄົງຕົວຢູ່ຮ່ວມສັງຄົມໄດ້ຢ່າງໝັ້ນຄົງ.