ບົດທີ່ 4
ຄຸນສົມບັດ ແລະ ນິໄສຂອງຄົນດີ
1. ຄຸນສົມບັດ (Qualification)
1.1. ຄວາມໝາຍ
ຄໍາວ່າ “ ຄຸນສົມບັດ ” ແມ່ນຄໍາທີ່ມາຈາກພາສາບາລີ ທີ່ປະສົມສອງຄໍາເຂົ້າກັນຄື: ຄຸນະ+ສຳປັດຕິ ໃນຄຳວ່າ: ຄຸນະ ແປວ່າ ດີ, ຄວາມເປັນໄປທີ່ດີ. ສ່ວນຄໍາວ່າ: ສໍາປັດຕິ ແປວ່າ ສິ່ງທີ່ມີຢູ່. ອີງຕາມຄວາມໝາຍສັບນີ້ຈິ່ງແປວ່າ ຄຸນງາມຄວາມດີ, ມີປະໂຫຍດອັນດີເລີດເຫຼົ່ານີ້ເປັນຕົ້ນ. ຍ້ອນແນວນັ້ນ ຈິ່ງເວົ້າໄດ້ວ່າ ຄົນດີກໍແມ່ນຄົນທີ່ມີຄຸນສົມບັດດີ, ມີຄວາມສໍານຶກ, ມີຄວາມປະພຶດ ແລະ ປະຕິບັດດີ ເຮັດແຕ່ສິ່ງທີ່ມີປະໂຫຍດແກ່ຕົນເອງ, ຕໍ່ສ່ວນລວມສັງຄົມ ແລະ ປະເທດຊາດ.
1.2. ລັກສະນະຂອງຄຸນສົມບັດ
ຄຸນສົມບັດ ແມ່ນລັກສະນະສະເພາະຢ່າງໜຶ່ງຂອງມະນຸດ, ມັນເກີດຢູ່ໃນສັງຄົມມະນຸດ ສ່ວນສັດເດຍລະສານ ແລະ ສິ່ງທີ່ມີຊີວິດທັງຫຼາຍທີ່ບໍ່ມີສະຕິປັນຍາ, ບໍ່ມີຈິດສຳນຶກຈະບໍ່ມີຄຸສົມບັດ, ຄຸນສົມບັດເກີດຂື້ນໃນຂະບວນການອອກແຮງງານ, ການສຶກສາ, ການດຳລົງຊີວິດ, ການເຊື່ອຖື, ຮີດຄອງປະເພນີ ແລະ ອື່ນໆ.
1.3. ຄຸນສົມບັດຂອງຜູ້ດີໃນຍຸກສະໄໝໃໝ່
ມາດຕະຖານການວັດແທກຄຸນຄ່າທາງດ້ານຄຸນສົມບັດຂອງຄົນແຕ່ລະຍຸກແຕ່ລະສະໄໝແຕກຕ່າງກັນ, ເຖິງຈະຢູ່ໃນສະໄໝໃດກໍຕາມຄົນທີ່ຈະຖຶກຍອມຮັບຈາກສັງຄົມວ່າເປັນຄົນດີມີຄຸນສົມບັດບໍ່ແມ່ນຕົນເປັນຜູ້ສະເໜີ ຫຼື ຍົກຍ້ອງ. ຕ້ອງແມ່ນຄົນອື່ນ ຫຼື ສັງຄົມເປັນຜູ້ຍອຍຮັບ. ຍ້ອນແນວນັ້ນເມື່ອເວົ້າເຖິງທັດສະນະຄຸສົມບັດຂອງຄົນໃນຍຸກສະໄໝນີ້.
2. ນິໄສຂອງຄົນດີ
ການສ້າງນິໄສທີ່ດີແມ່ນສິ່ທີ່ສໍາຄັນ ແລະ ຈໍາເປັນແກ່ທຸກຄົນ, ທຸກຂະແໜງການຮຽກຮ້ອງຕ້ອງການບຸກຄົນທີ່ມີນິໄສດີ, ສິ່ງທີ່ວັດແທກນິໄສດີຂອງຄົນເຮົາບໍ່ແມ່ນຕົນເອງເປັນຜູ້ວັດແທກເອງຕ້ອງແມ່ນຄົນອື່ນເປັນຜູ້ຍົກຍ້ອງ.
3. ວັດທະນະທໍາກັບການພົວພັນສັງຄົມ
3.1. ຄົນກັບການພົວພັນສັງຄົມ
ຄົນແມ່ນອົງປະກອບທີ່ສຳຄັນຂອງສັງຄົມເປັນຜູ້ສ້າງສັງຄົມ ແລະ ວັດທະນະທໍາໃຫ້ມີຄວາມຈົບງາມແຕ່ລະຍຸກແຕ່ລະສະໄໝຄົນກໍມີການພົວພັນເຊິ່ງກັນແລະກັນ, ບໍ່ມີຜູ້ໃດສາມາດຢູ່ໂດດດ່ຽວໄດ້ຈຶ່ງກໍ່ໃຫ້ເກີດມີໝູ່ຄະນະ, ສະມາຄົມ ການຢູ່ຮ່ວມກັນຈໍາເປັນຕ້ອງມີວັດທະນະທໍາເປັນສິ່ງເສີມສ້າງໃຫ້ຄົນເຮົາດໍາລົງຊີວິດໃຫ້ຖືກຕ້ອງເພື່ອກ້າວເຂົ້າສູ່ຜົນສໍາເລັດ.
3.2. ປັດໃຈການສ້າງສາຍພົວພັນສັງຄົມ
o ຄວນວາງບຸກຄະລິກກະພາບທີ່ເປັນກາງໂດຍອີງຕາມສະຖານະພາບທາງສັງຄົມ.
o ຄວນມີຄວາມພູມໃຈ-ພໍໃຈຕໍ່ວຽກງານ ແລະ ວິຊາຊີບຂອງຕົນເອງ.
o ຄວນໃຫ້ຄວາມເຄົາລົບຕໍ່ຄົນອື່ນເໝືອນທີ່ຕົນເອງຕ້ອງການໃຫ້ຄົນອື່ນເຄົາລົບຕົນ.
o ຄວນຖາມ-ຕອບ, ຟັງດ້ວຍຄວາມເປັນມິດ ແນວຄິດສ້າງສັນ ແລະ ປະຕິບັດຫຼາຍກ່ວາເວົ້າ
ມີກິລິຍາທ່າທາງເປັນທີ່ເຊື່ອໝັ້ນ ແລະ ໄວ້ວາງໃຈໄດ້.
o ຄວນຍິ້ມແຍມແຈ້ມໃສ, ເບິ່ງໂລກໃນແງ່່ດີ ແລະ ບໍ່ຄວນເບິ່ງຄົນອື່ນໃນແງ່ລົບຢູ່ສະເໝີ ມີວິ
ຈາລະນາຍານຮິ່ນຕອງໃນການເບິ່ງບັນຫາ.
o ຄວນເປັນແບບຢ່າງທີ່ດີໃຫ້ແກ່ມະຫາຊົນ ແລະ ບຸກຄົນອ້ອມຂ້າງ: ສ້າງ, ສຶກສາ, ສົ່ງເສີມ
ຄວາມດີໃຫ້ແກ່ຄົນອື່ນ ແລະ ສັງຄົມ. ຈິງໃຈ ແລະ ຈິງຈັງໃນການຮັບ-ຕອນ ແລະ ຊ່ວຍເຫຼືອຄົນອື່ນ.
3.3. ການສ້າງສາຍພົວພັນໃນວົງສັງຄົມລະດັບຕ່າງໆ
3.3.1. ການສ້າງສາຍພົວພັນກັບຜູ້ບັນຊາການ
ກ່ອນອື່ນຕ້ອງໄດ້ສຶກສາວ່າຜູ້ບັງຄັບບັນຊາມີຈຸດປະສົງແນວໃດ ແລະ ວຽກທີ່ຮັບຜິດຊອບນັ້ນແມ່ນວຽກຫັຍງໂດຍທົ່ວໄປແລ້ວຜູ້ບັງຄັບບັນຊາ ຫຼື ຫົວໜ້າມັກຄົນທີ່ມີຄວາມຮູ້ສາມາດ ແລະ ກ້າສະແດງອອກ ຮູ້ປະຕິບັດຕົວອັນໃດຄວນ ຫຼື ບໍ່ຄວນ. ແຕ່ສິ່ສໍາຄັນຄວນຄໍານຶງ ແລະ ປະຕິບັດຕາມລະບຽບການຂອງວຽກງານນັ້ນໆ, ຕັ້ງໃຈເຮັດວຽກໃຫ້ດີ, ຮູ້ເຄົາລົບເຈົ້ານາຍຕາມກາລະເທສະ, ບໍ່ສະແດງສີໜ້າທ່າທາງ ຫຼື ອະຄະຕິທີ່ບໍ່ມີເຫດຜົນ ບໍ່ຄວນລົບກວນເວລາທີ່ບໍ່ຈໍາເປັນ.
3.3.2. ການສ້າງສາຍພົວພັນກັບເພື່ອນຮ່ວນງານ
ກ່ອນອື່ນຄວນສຶກສາເພື່ອນຮ່ວນງານນັ້ນມີຈຸພິເສດແນວໃດ, ມີຄວາມຮູ້ໃນລະດັບໃດ ແລະ ໃນໄວອາຍຸໃດ. ແລ້ວຈິ່ງວາງຕົນໃຫ້ມີຄວາມເໝາະສົມກັບແຕ່ລະລະດັບຄົນດັ່ງກ່າວ. ຖ້າວ່າເຮົາຕ້ອງການໃຫ້ຕົນກາຍເປັນບຸກຄົນທີ່ໜ້າເຄົາລົບນັບຖືຈາກເພື່ອນຮ່ວມງານເຮົາພັດທະນາຕົນເອງຕໍ່ໜ້າທີ່ວຽກງານໃນທຸກດ້ານ.
ຕ້ອງມີຄວາມຊື່ສັດ, ມີຄວາມຮັກແພງ, ສາມັກຄີຊ່ວຍເຫຼືອເຊິ່ງກັນແລະກັນ, ບໍ່ຄວນເຫັນແກ່ຕົວຄວນຟັງຄໍາຄິດເຫັນຂອງເພື່ອນຮ່ວມງານພ້ອມທັງປຶກສາຫາລື, ຮ່ວມເຮັດວຽກແບບປະຊາທິປະໄຕດ້ວຍຄວາມຮັບຜິດຊອບ, ຍົກຍ້ອງຜົນງານຂອງເພື່ອນຮ່ວມງານຕາມຄວາມເໝາະສົມ.
3.3.3. ການສ້າງສາຍພົວພັນກັບບຸກຄົນທົ່ວໄປ
ບຸກຄົນທົ່ວໄປໝາຍເຖິງບຸກຄົນທີ່ເຮົາມີສ່ວນກ່ຽວຂ້ອງ ຫຼື ມີການພົວພັນໃນການດໍາລົງຊີວິດຫຼາຍດ້ານເຊັ່ນ: ການສ້າງສາຍສໍາພັນທາງດ້ານຍາດພີ່ນ້ອງ, ເພື່ອນມິດສະຫາຍ.
ອີກຢ່າງໜຶ່ງການສ້າງສາຍພົວພັນກັບບຸກຄົນອື່ນເພຶ່ອໃຫ່ເກີດຜົນດີນັ້ນ, ຄວນຄໍານຶງເຖິງບັນຫາຫຼາຍຢ່າງເປັນຕົ້ນຄວນທໍາຕົນໃຫ້ເປັນຜູ້ມີຈິດໃຈກ້ວາງຂວາງພໍເໝາະພໍດີ, ມີສະຕິ ແລະ ອາລົມໝັ້ນທ່ຽງ, ເບິ່ງຄົນອື່ນໃນແງ່ດີ, ຟັງຄົນອື່ນດ້ວຍວິຈາລະນາຍານ, ຮູ້ຕໍານິຜູ້ອື່ນໃນທາງສ້າງສັນ ຮູ້ໃຫ້ອະໄພ ແລະ ໃຫ້ກໍາລັງໃຈຄົນອື່ນອີກດ້ວຍ.