ບົດທີ່ 2
ຊົນເຜົ່າຕ່າງໆໃນວົງຄະນາຍາດແຫ່ງຊາດລາວ ແລະ ສະພາບວັດທະນະທໍາລາວແຕ່ລະໄລຍະ
1. ຊົນເຜົ່າຕ່າງໆທີ່ປະກອບເຂົ້າເປັນຊາດລາວ
ຊາດລາວກໍແມ່ນຊາດໜຶ່ງທີ່ເກົ່າແກ່ ຊຶ່ງມີທີ່ຕັ້ງພູມລຳເນົາຢູ່ແຫຼມອິນດູຈີນແຫ່ງນີ້ມາຕັ້ງແຕ່ສະໄໝບູຮານ ຈົນຮອດສະໄໝປັດຈຸບັນກໍ່ບໍ່ຕໍ່າກ່ວາ 2500 ປີມາແລ້ວ. (ສີລາ ວິລະວົງ 1957:1) ໂດຍອີງຕາມທີ່ຕັ້ງພູມລໍາເນົາຂອງແຕ່ລະຊົນເຜົ່າໃຫ່ຍ ທີ່ຕັ້ງທໍາມາຫາກິນຢ່າງເປັນຫຼັກເປັນແຫຼ່ງນັ້ນ, ຈຶ່ງຈັດແບ່ງປະຊາຊົນລາວອອກເປັນ 3 ກຸ່ມໃຫ່ຍ ແລະ ມີຊື່ເອີ້ນກຸ່ມຕ່າງກັນ. ໃນ 3 ກຸ່ມໃຫ່ຍນີ້ປະກອບມີ 68 ເຜົ່າຊົນ, ແຕ່ຍ້ອນມີການສໍາຫຼວດ ແລະ ສຶກສາຄົ້ນຄ້ວາກ່ຽວກັບຊົນເຜົ່າຢູ່ໃນລາວມາໂດຍຕະຫຼອດ, ມາຮອດປີ 1985 ສະຖິຕິຈຶ່ງມີການປ່ຽນແປງຈາກ 68 ມາເປັນ 47 ເຜົ່າ. ແຕ່ຍັງເຫັນວ່າສະຖິຕິນີ້ຍັງບໍ່ທັນແນ່ນອນ ແລະ ກໍຍັງມີການຄົ້ນຄ້ວາໄປເລື້ອຍໆ. ຕໍ່ມາທາງອົງການກ່ຽວຂ້ອງຈຶ່ງມີການຄົ້ນຄ້ວາຊັບຊ້ອນ, ຈັດແບ່ງຊື່ເອີ້ນຂອງເຜົ່າຕ່າງໆຄືນອີກ ແລະ ອີງຕາມການຕົກລົງເຫັນດີຂອງກອງປະຊຸມຄົ້ນຄ້ວາປຶກສາຫາລື່ຊື່ເອີ້ນຂອງເຜົ່າໃນ ສ.ປ.ປ.ລາວ ໃນຄັ້ງວັນທີ່ 14-15/08/2000 ວ່າປະເທດລາວມີ 49 ເຜົ່າ ແລະ ມີ 4 ໝວດໃຫ່ຍ. ສ່ວນການຈັດແບ່ງອອກເປັນ 4 ໝວດໃຫ່ຍນັ້ນແມ່ນອີງຕາມໝວດທີ່ໃຊ້ພາສາທີ່ຄ້າຍຄືກັນ.
1.1 . ໝວດພາສາລາວ-ໄທ (ໄຕ)
ເຜົ່າລາວ-ໄທ ແມ່ນພາກສ່ວນໜຶ່ງຂອງເຊື້ອສາຍອາຊີໃຕ້, ບັນດາເຜົ່າລາວ-ໄທ ໄດ້ເຂົ້າມາຢູ່ດິນແດນນີ້ແຕ່ເຫິງນານແລ້ວ. ໄລຍະຜ່ານມາພວກເຮົາເຄີຍເອີ້ນວ່າ “ລາວລຸ່ມ” ມາຮອດສັດຕະວັດທີ່ VIII ບັນດາເຜົ່າລາວ-ໄທໄດ້ກ້າວເຂົ້າສູ້ຖານະເປັນເຈົ້າປົກຄອງດິນແດນແຫ່ງນີ້ຢ່າງສິ້ນເຊີງ, ໂດຍແມ່ນຂຸນລໍ ເປັນເຈົ້າຊີວິດອົງທໍາອິດຂອງລາວຢູ່ເມືອງຊວາ. (ບໍ່ແສງຄໍາ ວົງດາລາ ພ້ອມດ້ວຍຄະນະ 1987:15).
ໝວດລາວ-ໄທ ປະກອບມີ 8 ຊົນເຜົ່າເຊັ່ນ: ເຜົ່າລາວ, ເຜົ່າໄຕ, ເຜົ່າຜູ້ໄທ, ເຜົ່າລື້, ເຜົ່າຍວນ, ເຜົ່າຍັ້ງ, ເຜົ່າແຊກ ແລະ ເຜົ່າໄທເໜືອ. ບັນດາເຜົ່າທີ່ກ່າວມາຂ້າງເທິງນີ້ມີພາສາປາກເວົ້າ, ມີຮີດຄອງປະເພນີ, ມີສິລະປະວັດທະນະທໍາ, ຄວາມເຊື້ອຖື...ທີ່ແຕກຕ່າງກັນ; ແຕ່ກໍມີລັກສະນະທີ່ຄ້າຍຄືກັນເປັນຕົ້ນວ່າສາມາດເຂົ້າໃຈພາສາກັນໄດ້, ສາມາດຄົບຄ້າສະມາຄົມ, ສົນທະນາເຊິ່ງກັນ ແລະ ກັນ. ບັນດາຊົນເຜົ່າໃນໝວດພາສາລາວ-ໄທ ສ່ວນຫຼາຍແມ່ນເຄື່ອນຍ້າຍມາຈາກແຂວງ ເຫ້ງອານ ປະເທດຫວຽດນາມ. (ສູນກາງແນວລາວສ້າງຊາດ 2005:1-41).
1.2 . ໝວດພາສາມອນ-ຂະແມ
ບັນດາເຜົ່າໝວດພາສາມອນ-ຂະແມ ເປັນພາກສ່ວນໜຶ່ງທີ່ສໍາຄັນໃນພົນລະເມືອງຂອງລາວເຮົາ. ໃນໄລບະຜ່ານມາເຄີຍເອີ້ນເຜົ່ານີ້ວ່າ: “ ລາວເທິງ ຫຼື ລາວກາງ ” ເຂົາເຈົ້າເປັນຄົນເດີມ ໄດ້ທໍາມາຫາກິນໃນແຜ່ນດິນລາວ ແລະ ຢູ່ຫຼາຍແຫ່ງໃນເຂດອາຊີຕາເອັນອອກສ່ຽງໃຕ້ນີ້ມາແຕ່ດຶກດໍາບັນ. ບັນດາເຜົ່າເລົ່ານີ້ໄດສ້າງພື້ນຖານວັດທະນະທໍາອັນເກົ່າແກ່, ລືຊື່ ແລະ ມະຫັດສະຈັນເຊັ່ນ: ທາດເສົາຫີນ ທີ່ປາກອູ ແຂວງຫຼວງພະບາງ, ວັດພູທີ່ແຂວງຈຳປາສັກ, ຈຸ່ມຫຼັກຫີນ ເຂດເມືອງເປິນແຂວງຫົວພັນ, ໄຫຫີນຊຽງຂວາງ, ຄອງລາງ, ຄອງບັ້ງ...(ບໍ່ແສງຄໍາ ດາລາວົງ 1987:16-17).
1.3 . ໝວດພາສາຈີນ-ຕີເບດ
ບັນດາເຜົ່າໃນໝວດພາສາຈີນ-ຕີເບດ ປະກອບດ້ວຍ 7 ຊົນເຜົ່າຄື: ຊົນເຜົ່າສິງຊິລິ, ເຜົ່າສີລາ, ເຜົ່າລາຫູ, ເຜົ່າໂລໂລ, ເຜົ່າຫໍ້, ເຜົ່າອາຄາ ແລະ ເຜົ່າຮ່າຍີ່. ຊົນເຜົ່າທັງ 7 ທີ່ກ່າວມາຂ້າງເທິງນີ້ມາພາສາປາກເວົ້າສະເພາະ, ມີວັດທະນະທໍາ, ຮີດຄອງປະເພນີ, ຄວາມເຊື່ອຖື ທີ່ເປັນເອກະລັກປະຈໍາເຜົ່າຢ່າງຫຼວງຫຼາຍເຜົ່າຕ່າງໆໃນໝວດພາສາຈີນ-ຕີເບດ ມີຕົ້ນກຳເນີດ ແລະ ທີ່ຢູ່ດັ່ງເດີມແມ່ນປະເທດຈີນ, ມີແຕ່ຊົນເຜົ່າສິງສີລິ ມີຕົ້ນກຳເນີດຢູ່ປະເທດຫວຽດນາມ ແລະ ເຂົ້າມາລາວໃນສັດຕະວັດທີ່ XVI. (ສູນກາງແນວລາວສ້າງຊາດ 2005:121-257).
1.4 . ໝວດພາສາມົ້ງ-ອິວມຽນ
ຊົນເຜົ່າໃນໝວດພາສາມົ້ງ-ອິວມຽນ ປະກອບດ້ວຍ 2 ຊົນເຜົ່າຄື: ຊົນເຜົ່າມົ້ງ ແລະ ຊົນເຜົ່າອິວມຽນແຕ່ຊົນເຜົ່າກໍຍັງມີແຊກ ຫຼື ຂະແໜງຍ່ອຍອອກໄປອີກເຊັ່ນ: ຊົນເຜົ່າມົ້ງມີ: ມົ້ງຂາວ, ມົ້ງລາຍ ແລະ ມົ້ງດໍາ; ຊົນເຜົ່າອິວມຽນມີ: ເຜົ່າອິວມຽນ, ເຜົ່າແລນແຕ, ເຜົ່າຢ້າວຂາວ ແລະ ເຜົ່າຢ້າວຜົນໄໝແດງເປັນຕົ້ນ. ເຜົ່າມົ້ງ ແລະ ເຜົ່າອິວມຽນມີພາສາປາກເວົ້າທີ່ແຕກຕ່າງກັນ ມີວັດທະນະທໍາ, ຮີດຄອງປະເພນີ, ຄວາມເຊື່ອຖື...ຊົນເຜົ່າມົ້ງໄດ້ເຄື່ອນຍ້າຍມາຈາກຕີເບດ, ຊີບີລີ ແລະ ມົງໂກລີ ເຂົ້າມາຈີນແລ້ວເຂົ້າມາສູ່ລາວ, ຫວຽດນາມ ແລະ ໄທເມື່ອປະມານສັດຕະວັດທີ່ XIX ສ່ວນຊົນເຜົ່າອິວມຽນມີຖິ່ນກໍາເນີດຢູ່ຕອນກາງປະເທດຈີນ ແລ້ວເຄື່ອນຍ້າຍລົງມາພາກໃຕ້ເຂົ້າສູ່ຫວຽດນາມ, ລາວ ແລະ ໄທ. (ສູນກາງແນວລາວສ້າງຊາດ 2005:262-267).
2. ສະພາບວັດທະນະທໍາລາວໃນແຕ່ລະໄລຍະ
2.1. ໄລຍະກໍາເນີດ, ຂະຫຍາຍຕົວ ແລະ ຈະເລີນຮຸ່ງເຮືອງຂອງວັດທະນະທໍາລາວ.
ຄວາມຈິງແລ້ວວັດທະນະທໍາລາວ ໄດ້ກໍາເນີດມາກ່ອນສະໄໝອານາຈັກລາວລ້ານຊ້າງ ແຕ່ຍ້ອນວ່າກ່ອນກໍາເນີດອານາຈັກລ້ານຊ້າງນັ້ນບໍ່ມີຂໍ້ມູນບັນທຶກໄວ້ລະອຽດຄືຢູ່ໃນສະໄໝອານາຈັກລາວລ້ານຊ້າງສະນັ້ນເອກະສານສະບັບນີ້ ຈິ່ງນຳສະເໜີສພາບວັດທະນະທໍາລາວ ນັບແຕ່ອານາຈັກລາວລ້ານຊ້າງເອກະພາບໃນກາງສັດຕະວັດທີ່ XIV ເປັນຕົ້ນມາ.
2.2. ໄລຍະຕົກເປັນຫົວເມືອງຂື້ນຂອງຕ່າງຊາດ
2.2.1. ໄລຍະຕົກເປັນຫົວເມືອງຂື້ນຂອງສັກດີນາສະຫຍາມ
ມາຮອດປີ 1713 ອານາຈັກລາວລ້ານຊ້າງຖືກແຍກອອກເປັນ 3 ອານາຈັກຄື: ອານາຈັກລ້ານຊ້າງວຽງຈັນ, ຫຼວງພະບາງ ແລະ ຈຳປາສັກ. ສະພາບການດັ່ງກ່າວເຮັດໃຫ້ສັກດີນາສະຫຍາມຫາທຸກໂອກາດເພື່ອເຂົ້າມາແຊກແຊງ-ຮຸກຮານລາວ. ໃນທີ່ສຸດມາຮອດປີ 1778-1779, ລ້ານຊ້າງຖືກສະຫຍາມບຸກທໍາລາຍ. ໂດຍສະເພາະແມ່ນນະຄນຫຼວງວຽງຈັນ ພວກມັນໄດ້ກວາດຕ້ອນເອົາເຊື້ອພະວົງຂອງກະສັດລາວນັບທັງເຈົ້າອະນຸວົງ.
ມາຮອດປີ 1804 ພະເຈົ້າອະນຸວົງ ກະສັດລາວຜູ້ຮັກຊາດສູງສົ່ງໄດ້ຂື້ນຄອງລາດຢູ່ນະຄອນຫຼວງວຽງຈັນ. ພະອົງໄດ້ປັບປຸງຄືນພື້ນຖານວັດທະນະທໍາທີ່ຄົງເຫຼືອໄວ້ໃຫ້ກັບສູ້ສະພາບເດີມເຊັ່ນ: ປັບປຸງ-ສ້າງພະລາຊະວັງ, ສ້າງວັດສີສະເກດ, ປົວແປງວັດວາອາຮາມ, ພະທາດເຈດີ, ສ້າງສະພານຂ້າມນໍ້າຂອງ ແລະ ອື່ນໆ. ຢູ່ທົ່ວລາຊະອານາຈັກລ້ານຊ້າງ. (ທັງ 3 ອານາຈັກ) ຕະຫຼອດ 20 ກ່ວາປີ ທີ່ພະອົງມີໂອກາດປັບປຸງ, ຟື້ນຟູປະເທດສ້າງວັດທະນະທໍາຄືນໃໝ່ນັ້ນ ຊໍ້າພັດຖືກທໍາລາຍຈາກນໍ້າມືຂອງສັດີນາສະຫຍາມອີກເທື່ອທີ່ສອງພ້ອມກັບການສິ້ນສຸດລົງກັບຂະບວນການກອບກູ້ເອກະລາດຂອງເຈົ້າອະນຸວົງໃນປີ 1829 ເຮັດໃຫ້ສະພາບວັດທະນະທໍາລາວ ທັງວັດຖຸ ແລະ ຈິດໃຈ ຍິ່ງຖືກຕົກຕໍ່າ ແລະ ເສື່ອມໂຊມລົງຫຼາຍອີກກ່ວາເກົ່າ.
2.2.2. ໄລຍະຕົກເປັນຫົວເມືອງຂື້ນຂອງຈັກກະພັດຝັຣງ
ພວກຈັກກະພັດລ່າເມືອງຂື້ນຝັຣງເຂົ້າປົກຄອງລາວນັກແຕ່ປີ 1893-1954. ພວກມັນມີນະໂຍບາຍຈໍາກັດຕໍ່ລະບົບການສຶກສາ, ລົບລ້າງວັດທະນະທໍາລາວເຊັ່ນ:ບັງຄັບຄົນລາວຕ້ອງຮຽນພາສາຝັຣງແທນພາສາລາວ,ເອົາວັດທະນະທໍາຕາເວັນຕົກມາເຜີຍແຜ່ ແລະ ປະຕິບັດ, ພະຍາຍາມລົບລ້າງຮີດຄອງປະເພນີລາວທີ່ດີງາມ, ຈໍາກັດບໍ່ໃຫ້ຄົນລາວຮໍ່າຮຽນ ແລະ ເຮັດວຽກງານນໍາຝັຣງ ຊໍ້າບໍ່ໜໍາພວກມັນຍັງຢຶດ ແລະ ຄຸດຄົ້ນເອົາຊັບໃນດິນສິນໃນນໍ້າ, ເງິນຄຳ, ວັດຖຸບູຮານທີ່ມີຄ່າໄປປະເທດຂອງພວກມັນ, ເຮັດໃຫ້ມູນມໍລະດົກວັດທະນະທໍາທີ່ຍັງເຫຼືອໄວ້ບໍ່ຫຼາຍເທົ່າໃດກໍເຫຼືອໜ້ອຍລົງສະພາບການເຊັ່ນນີ້ໄດ້ກະທົບເຖິງແນວຄິດຈິດໃຈຂອງຄົນລາວ ແລະ ວັດທະນະທໍາລາວ.
2.2.3. ໄລຍະຖືກແຊກແຊງ-ຮຸກຮານຂອງຈັກກະພັດອາເມລິກາ
ໃນປີ 1955 ຈັກກະພັດອາເມລິກາເຂົ້າມາມີບົດບາດຢູ່ລາວແທນຝັຣງ ໂດຍອ້າງເຫດຜົນວ່າ “ຕ້າການຮຸກຮານຂອງຝ່າຍກອມມູນິດ” ໄລຍະນີ້ສະພາບສັງຄົມ, ວັດທະນະທໍາລາວຍິ່ງເພີ້ມຄວາມສັບສົນວຸ້ນວາຍຂື້ນຕື່ນເຮັດໃຫ້ວົງການໄວໜຸ່ມລາວບໍ່ໜ້ອຍຮຽນເອົາແນວຄິດ, ວັດທະນະທໍາແບບເສລີນິຍົມທີ່ບໍ່ສອດຄ່ອງກັບຮີດຄອງປະເພນີລາວ, ໂດຍສະເພາະແມ່ນແບບແຜນການດຳລົງຊີວິດທີ່ເສລີ, ເອົານອກປະເພນີ, ມີໂຮງໂສເພນີ, ເສບຢາເສບຕິດ, ແນວຄິດນຸ່ງຖືແບບຊາວຕາເວັນຕົກຫຼາຍຂື້ນ ພວກມັນແບ່ງແຍກຄົນລາວ, ຈຳແນກຊົນຊາດຊົນເຜົ່າ, ເຮັດໃຫ້ເສຍຄວາມສາມັກຄີ ນອກນີ້ພວກມັນຍັງຍຶດເອົາວັດຖຸມີຄ່າ, ພະພຸດທະຮູບ ແລະ ອື່ນໆໄປອີກ. ເຖິງວ່າອຳນາດການປົກຄອງ ແລະ ປະຊາຊົນລາວພະຍາຍາມສຼ້ຊົນຕໍ່ສູ້ປົກປັກຮັກສາໄວ້ຊຶ່ງວັດທະນະທໍາອັນດີງາມຂອງຊາດກໍຕາມ ແຕ່ກໍບໍ່ສາມາດສະກັດກັ້ນອິດທິພົນວັດທະນະທໍາເຫຼົ່ານັ້ນແຊກຊືມເຂົ້າວັດທະນະທໍາລາວ ທີ່ບໍ່ອາດປະຕິເສດໄດ້ໃນຍຸກສະໄໝຕໍ່ມາ.
2.3. ສະພາບວັດທະນະທໍາລາວພາຍຫຼັງສ້າງຕັ້ງເປັນ ສ.ປ.ປ. ລາວ
ນັບແຕ່ປະເທດຊາດໄດ້ຮັບການປົດປ່ອຍໃນປີ 1975 ເປັນຕົ້ນມາ. ພັດ-ລັດຖະບານລາວຍາມໃດກໍເອົາໃຈໃສ່ວຽກງານແນວຄິດວັດທະນະທໍາສັງຄົມເປັນບັນຫາສຳຄັນໃນການພັດທະນາປະເທດຊາດ. ກ່າວໜ້າ ແລະ ທັນສະໄໝເປັນຂອງປວງຊົນລາວທັງຊາດ.
3. ວັດທະນະທໍາຕ່າງໆປະເທດທີ່ມີອິດທິພົນຕໍ່ວັດທະນະທໍາລາວ
ວັດທະນະທໍາລາວໄດ້ກຳເນີດ ແລະ ຂະຫຍາຍຕົວມາເປັນເວລາຍາວນານໂດຍຜ່ານຂະບວນການທາງປະຫັວດສາດຫຼາຍໄລຍະທີ່ລະອິດລະອ້ຽວ. ມາຮອດປັດຈຸບັນວັດທະນະທໍາລາວນັບມື້ນັບມີການພັດທະນາເປີດກ້ວາງ, ປັບປຸງ, ສົ່ງເສີມ ບໍ່ສະເພາະແຕ່ມູນເຊື້ອທີ່ຢູ່ພາຍໃນເທົ່ານັ້ນ. ແຕ່ມັນຍັງໄດ້ພົວພັນກັບຫຼາຍປະເທດຕາມສະພາບ ແລະ ເງື່ອນໄຂຕົວຈິງຂອງຍຸກສະໄໝ, ດັ່ງນັ້ນ ວັດທະນະທໍາລາວຈິ່ງມີການປະສົມປະສານກັບວັດທະນະທໍາໂລກທັງດ້ານໃນໂຕ ແລະ ນອກໂຕອີກດ້ວຍ.
3.1. ວັດທະນະທໍາອິນເດຍ
ວັດທະນະທໍາລາວ ໄດ້ຮັບອິດທິພົນຈາກວັດທະນະທໍາອິນເດຍມາແຕ່ສະໄໝບູຮານນະການໂດຍລະເພາະແມ່ນການຮັບເອົາການເຜີຍແຜ່ສາສະໜາພາມ, ສາສະໜາພຸດ ແລະ ຄວາມເຊື່ອຕ່າງໆຈາກອິນເດຍ. ຮີດຄອງປະເພນີ, ວິຖີຊີວິດຂອງຄົນລາວ ຈົນສຶບມາເຖິງຂູ່ມື້ນີ້ ແລະ ໄດ້ປະຕິບັດຢູ່ຮີດສິບສອງຄອງສິບສີ່ ເປັນຕົ້ນແມ່ນພາສາ ແລະ ຕົວອັກສອນ, ວັນນະຄະດີ, ເຖິງແມ່ນພາສາ ແລະ ອັກສອນບາລີ-ສັນສະກິດບໍ່ເປັນພາສາທີ່ບັນທຶກທາງການແລ້ກໍຕາມແຕ່ຄົນລາວຍັງໄດ້ຮຽນພາສາບາລີ. ສັບໃນພາສາບາລີ-ສັນສະກິດຍັງໄດ້ດັດແປງໃຊ້ເຂົ້າໃນການຂີດຂຽນ, ການເວົ້າຢູ່ໃນວົງການວິຊາການຢ່າງຫຼວງຫຼາຍ ວັນນະຄະດີອິນເດຍຖືກນຳມາຮຽນຢູ່ໃນໂຮງຮຽນຊັ້ນຕ່າງໆເຊັ່ນ: ເລື່ອງພະລັກພະລາມ, ນາງ ຕັນໄຕ ຕະຫຼອດເຖິງຮີດຄອງປະເພດນີ, ການເຮັດບຸນຕ່າງໆ ຫຼາຍຢ່າງກໍໄດ້ຮັບອິດທິພົນຈາກວັດທະນະມໍາອິນເດຍສະໄໝບູຮານເຊັ່ນກັນ. ອາດເວົ້າໄດ້ວ່າວັດທະນະທໍາອິນເດຍ, ສາສະໜາພຸດ ເປັນບໍ່ເກີດວັດທະນະທໍາ ແລະ ຮີດຄອງປະເພນີລາວອີກອັນໜຶ່ງ.
3.2. ວັດທະນະທໍາບັນດາປະເທດໃກ້ຄຽງ
ວັດທະນະທໍາບັນດາປະເທດໃກ້ຄຽງ ໂດຍສະເພາະແມ່ນບັນດາປະເທດທີ່ມີຊາຍແດນຕິດຈອດກັນ ເຊັ່ນ ກໍາປູເຈຍ, ພະມ້າ, ໄທ, ຫວຽດນາມ, ຈີນ, ພວກເຮົາຍອມຮັບວັດທະນະທໍາເຊິ່ງກັນແລະກັນຂອງບັນດາປະເທດເຫຼົ່ານີ້. ໃນເງື່ອນໄຂຕ່າງໆທີ່ບໍ່ອາດປະຕິເສດໄດ້ ເຊັ່ນ: ພາສາ, ການເມືອງ, ເສດຖະກິດ, ການສຶກສາ, ຂໍ້ມູນຂ່າວສານ, ເທັກໂນໂລຢີ, ການຄ້າ, ການແລກປ່ຽນວັດທະນະທໍາ, ການໄປມາຫາສູ່ ແລະ ອື່ນໆ. ເຊິ່ງບາງເງື່ອນໄຂກໍແມ່ນຄວາມຈຳເປັນໃນການພົວພັນກັບນານາປະເທດ ເພື່ອຄວາມມິດຕະພາບ ແລະ ຄວາມສາມັກຄີ. ແຕ່ບາງເງື່ອນໄຂກໍບໍ່ໄດ້ຮັບອິດທິພົນຍ້ອນຄວາມຈະເລີນຮຸ່ງເຮືອງຂອງປະເທດໃກ້ຄຽງທີ່ເຮັດໃຫ້ປະເທດອ້ອມຂ້າງໄດ້ຮັບຂໍ້ມູນຂ່າວ ຍ້ອນສືາຕ່າງໆ.
3.3. ວັດທະນະທໍາຕາເວັນຕົກ ແລະ ວັດທະນະທໍາອຶ່ນໆໃນໂລກ
ວັດທະນະທໍາລາວໄດ້ຮັບຜົນສະທ້ອນຈາກວັດທະນະທໍາຊາດຕາເວັນຕົກໃນບາງປະເທດ. ເປັນຕົ້ນແມ່ນ ວັດທະນະທໍາຝັຣງ, ອາເມລິກາ ຍ້ອນວ່າລາວໄດ້ຕົກເປັນຫົວເມືອງຂື້ນແກ່ 2 ປະເທດນີ້ມາກ່ອນເກືອບໜຶ່ງສັດຕະວັດ ພວກມັນເອົາວັດທະນະທໍາຕາເວັນຕົກມາເຜີຍແຜ່ຢູ່ລາວ ເຊັ່ນ: ການນຸ່ງຖື, ພາສາ, ອາຫານການກິນ, ຮີດຄອງປະເພນີບາງຢ່າງ.