ບົດທີ່ 5
ມາລະຍາດທາງສັງຄົມ ແລະ ການອະນຸລັກວັດທະນະທໍາລາວ
1. ມາລະຍາດ
“ ມາລະຍາດ ” ແມ່ນຄໍານາມໃນພາສາບາລີ: ກິລິຍາ, ວາຈາ, ການປະພຶດ ແລະ ປະຕິບັດຕົນ ທີ່ສະແດງອອກໃຫ້ເຫັນເຖິງຄວາມດີ, ຄວາມສຸພາບຮຽບຮ້ອຍ.
ມາລະຍາດໃນສັງຄົມເປັນປາກົດການທີ່ສໍາຄັນທີ່ຢັ້ງຢືນເຖິງການເຄື່ອນໄຫວຂອງຄົນໃນສັງຄົມໃດໜຶ່ງອັນມີລະບຽບວິໄນ, ຫຼັກການ, ເປັນບັນທັດຖານ ແລະ ເຫັນແກ່ການຮຽນຮູ້-ສົ່ງເສີມໃຫ້ເປັນປະໂຫຍດ.
1.1. ມາລະຍາດທາງກາຍ
ມາຍເຖິງມາລະຍາດໃນຮູບນອກຂອງຄົນເຮົາທີ່ສະແດງອອກມາໃນການນຸ່ງຫົ່ມ, ການແຕ່ງຕົວ ຫຼື ການປະດັບກາຍ, ການຊໍາລະຮ່າງກາຍໃຫ້ຈົບງາມເປັນຕົ້ນວ່າການນຸ່ງຖືໃຫ້ຖືກກາລະເທສະ, ເໝາະສົມກັບໜ້າທີວຽກງານ, ຖືກຕາມສະຖານະການ ເຖິງວ່າຄົນບໍ່ງາມກໍໃຫ້ຮຽບຮ້ອຍ, ແຕ່ບໍ່ແມ່ນແຕ່ງກາຍໂລດໂຜນຈົນກາຍເປັນເປົ້າສາຍຕາຂອງຄົນຮອບຂ້າງ.
1.2. ມາລະຍາດທາງຈິດ
ໝາຍເຖິງຄວາມຄິດຈິດສໍານຶກ ຢູ່ໃນສ່ວນບຸກຄົນທີ່ຄິດສ້າງແຕ່ຄວາມດີມີປະໂຫຍດເທົ່ານັ້ນ, ສະນັ້ນມາລະຍາດໃນສ່ວນທີ່ເປັນຈິດໃຈມັນຈຶ່ງເປັນເລື່ອງຍາກທີ່ຈະຮັບຮູ້ ແລະ ເຂົ້າໃຈງ່າຍເໝືອນດັ່ງທີ່ເຮົາເຫັນຮູບນອກ. ບໍ່ແມ່ນວ່າຜູໃດແຕ່ງຕົວສຸພາບ, ງາມ, ມັກຍິ້ມ...ຈະເປັນຄົນມີມາລະຍາດດີທັງໝົດ ແລະ ບໍ່ແມ່ນວ່າຄົນຜູ້ຮູບຮ່າງໜ້າຕາຂີ້ຮ້າຍ, ແຕ່ງຕົວບໍ່ດີເປັນຄົນບໍ່ມີມາລະຍາດ ສະນັ້ນ ມາລະຍາດທາງຈິດໃຈສະແດງອອກຜ່ານທາງກາຍວາຈາ, ຄວາມຄິດຈິດສໍານຶກ ແລະ ພຶດຕິກໍາທີ່ສະແດງອອກໃນກາລະເທສະເຊັ່ນ: ສະຖານທີ່ສາທາລະນະຊົນ, ຫ້ອງເຮັດວຽກ, ຫ້ອງປະຊຸມ, ສາສະໜາສະຖານ, ການພົວພັນກັນ, ການເຄົາລົບຕໍ່ກັນ, ການຖາມການກ່າວອໍາລາ, ການສະແດງຄວາມຮູ້ສຶກນຶກຄິດໃນວາລະໃດໜຶ່ງ...ມາລະຍາດທາງວາຈາບາງຄັ້ງມັນກໍສະແດງຜ່ານພຶດຕິກໍາ ແລະ ການກະທໍາເປັນຂະບວນການຂອງສັງຄົມ ສະນັ້ນ ມາລະຍາດທາງວາຈາມັນສຸດທີ່ມີຄວາມສໍາຄັນບໍ່ໜ້ອຍຕໍ່ການດໍາລົງຊີວິດຢູ່ຮ່ວມກັນຂອງຄົນເຮົາຢ່າງມີຄວາມສຸກ.
2. ການເຄົາລົບທົ່ວໄປໃນສັງຄົມລາວ
ການເຄົາລົບນັບຖືສະແດງອອກທາງກາຍ ແລະ ຈິດໃຈຢູ່ໃນສັງຄົມລາວ ສະແດງເຖິງຄົນທີ່ມີລະດັບຄວາມຮູ້, ມີວັດທະນະທໍາ ທັງແທ່ນຄຸນສົມບັດຂອງຄົນເຮົາຊຶ່ງບອກເຖິງຄວາມມີມາລະຍາດອັນດີເລີດທີ່ໃຜໆ ກໍປາຖະໜາຈິ່ງຈໍາຕ້ອງມີການຮຽນຮູ້ ແລະ ປະຕິບັດ.
2.1. ການສະແດງຄວາມເຄົາລົບ
· ທໍາຄວາມເຄົາລົບດ້ວນການປະນົມມືນົບໄຫ້ວ, ການໝອບຄານ, ກົ້ມຫົວຄໍານັບ, ຖາມ
ສະບາຍດີ, ງຶດຫົວເບົາໆ, ສົ່ງຮອຍຍິ້ມ...ໂດຍອີງຕາມກາລະເທສະ ແລະ ສະຖານະການ.
· ທໍາຄວາມເຄົາລົບດ້ວຍການບໍ່ລ່ວງເກີນ ສະຖານທີ່ທີ່ຫວງຫ້າມ, ບໍ່ລະເມີດຄໍາສັ່ງສອນ
ຂອງພໍ່ແມ່, ຄູອາຈານ, ຜູ້ບັງຄັບບັນຊາ, ເຄົາລົບຕໍ່ກົດໝາຍ, ຮີດຄອງປະເພນີ, ຕໍ່ໜ້າທີ່ວຽກງານ ການສະແດງຄວາມເຄົາລົບນັບຖືແມ່ນອີງຕາມສະຖານະພາບ, ໜ້າທີ່, ຕໍາແໜ່ງ, ໄວອາຍຸ, ຄຸນງາມຄວາມດີ.
ບຸນຍະວຸດໂທ: ແມ່ນບຸກຄົນທີ່ສູງສົ່ງເຊັ່ນ: ພະພຸດທະເຈົ້າ, ບັນດາຜູ້ນໍາຂອງຊາດ,
ຕະຫຼອດເຖິງພະທາດເຈດີຕ່າງໆ, ພວກເຮົາຈະໄດ້ມີໂອກາດສະອດງຄວາມເຄົາລົບໃນເວລາມີພິທີກໍາຕ່າງໆທາງສາສະໜາ, ງານບຸນປະເພນີ, ການຕ້ອນຮັບທ່ານຜູ້ນໍາ ແລະ ໂອກາດອື່ນໆ.
ສິລະວຸດໂທ: ແມ່ນຜູ້ສົງສິນໄດ້ແກ່ພະສົງສາມະເນ, ພໍ່ຂາວ, ແມ່ຊີເປັນຕົ້ນ. ພວກ
ເຮົາຈະໄດ້ສະແດງຄວາມເຄົາລົບໃນເວລາທີ່ເຮັດພິທີກໍາທາງສາສະໜາເຊັ່ນ: ການເຮັດບຸນສິນກິນທານ, ການຮັບສິນ, ການຮັບພອນ, ການຟັງເທດ, ການຖວາຍສິ່ງຂອງ, ຮັບສິ່ງຂອງຈານເພິ່ນໃນເວລາບວດ ຫຼື ວາລະອື່ນໆ.
ໄວຍະວຸດໂທ: ແມ່ນຜູ້ຈະເລີນດ້ວຍໄວ ໄດ້ແກ່ຜູ້ໃຫ້ກໍາເນີດ, ຍາດພີ່ນເອງ, ຄູອາ
ຈານຜູ້ສິດສອນຄວາມຮູ້, ຜູ້ຊົງຄຸນວຸດທິ ຕະຫຼອດເຖິງຜູ້ໃຫ້ອຸປະຄຸນແກ່ຕົນເອງ, ບຸກຄົນເຫຼົ່ານີ້ເຮົາຈະໄດ້ທໍາຄວາມເຄົາລົບໃນເວລາຖາມສະບາຍດີ, ໃນເວລາຊຸມນຸມ, ບຸນງານປະເພນີຕ່າງໆ, ການຮັບສິ່ງຂອງ, ການປົກປະສ້າງສັນ.
2.2. ລັກສະນະຂອງການສະແດງຄວາມເຄົາລົບດ້ວຍການຍໍມືໄຫ້ວ
ລັກສະນະຂອງການສະແດງຄວາມຄົາລົບ ດ້ວຍການຍໍມືນົບໄຫ້ວຄືຍໍມືຂື້ນທັງສອງພ້ອມກັນ, ນິ້ວມືທັງສອງເບື້ອງຕິດແປະກັນແບບເບົາໆ, ປາຍມືຈຸ້ມເຂົ້າ ແລະ ວາງທ່າຂອງຮ່າງກາຍດັ່ງນີ້:
F ຖ້າເປັນການນົບໄຫ້ວພະພຸດທພຮູບ ຫຼື ພະສົງອົງຂະເຈົ້າໃນວາລະໃດໜຶ່ງຄື ປາຍມືຍົກສູງພຽງໜ້າຜາກ, ໂຕຢູ່ໃນທ່າຕັ້ງຊື່, ກົ້ມຫົວເບົາໆ ແລະ ກົ່ງໂຕພໍດີງາມ. ຖ້າຢູ່ວັດ, ເຮືອນ ຜູ້ທໍາຄວາມເຄົາລົບນັ່ງພັບແພບ, ນັ່ງຂູ້ເຂົ່າກົ້ມຫົວລົງໃສ່ພື້ນ ຖ້າຢູ່ສະຖານທີ່ທົ່ວໄປສະແດງຄວາມເຄົາລົບຕາມທໍາມະດາ.
F ຖ້າເປັນການເຄົາລົບທ່ານຜູ້ນໍາ, ຜູ້ມີໜ້າທີ່ຕໍາແໜ່ງສູງກ່ວາ, ຜູ້ຊົງຄຸນວຸດທິ, ຜູ້ມີຖານະໃນສັງຄົມ, ບຸກຄົນສໍາຄັນ, ຄູອາຈານ ຍໍມືໄຫ້ວປາຍມືສູງພຽງດັງ, ທ່າຕັ້ງຊື່, ກົ້ມຫົວ ແລະ ກົ່ງໂຕລົງເບົາໆ ພໍດີງາມທັງທັກທາຍດ້ວຍຄວາມສຸພາບ, ສີໜ້າ ແລະ ຮອຍຍິ້ມຕາມສົມຄວນ.
F ໜ້າເປັນໝູ່ເພື່ອນ ຫຼື ຜູ້ທີ່ມີຖານະຕໍາແໜ່ງເທົ່າທຽມກັນ, ເປັນເພື່ອນຮ່ວມງານໃນສະຖາບັນ ຫຼື ຕ່າງສະຖາບັນ ໃນເວລາພົບກັນຢູ່ເທິງເວທີທີ່ເປັນທາງການ, ເວທີງານຕ່າງໆ ຫຼື ພົບກັນບາງຄັ້ງຍໍມືນົບໄຫ້ວພຽງເອິກ. ກິລິຍາບົດທາງຮ່າງກາຍຢູ່ໃນທ່າທໍາມະດາ, ສົ່ງຮອຍຍິ້ມເບົາໆ, ມີສາຍຕາດ້ວຍຄວາມເປັນມິດ.
ສິ່ງທີ່ຄວນຄິດສະເໝີວ່າ ຖ້າເປັນການທັກທ້ານດ້ວຍການຍໍມືນົບໄຫ້ວ ແມ່ນບຸກຄົນທີ່ມີຕໍາແໜ່ງຕໍ່າກ່ວາເປັນຜູ້ຍໍມືໄຫ້ວກ່ອນ. ຖ້າເປັນການທັກທ້າຍແບບການຍື່ນມືໄປຈັບຕາມວັດທະນະທໍາສາກົນຕ້ອງແມ່ນຜູ້ໃຫ່ຍເປັນຜູ້ຍື່ນມືມາຈັບ ຫຼື ສະແດງຄວາມຍິນດີນໍາກ່ອນ ຜູ້ນ້ອຍຈະບໍ່ໄດ້ໄປຈັບມືເພິ່ນກ່ອນມັນຈະເສຍມາລະຍາດ ຫຼື ເພິ່ນອາດຈະລັງກຽດກໍເປັນໄດ້.
2.3. ບຸກຄົນສໍາຄັນເຊິ່ງຄວນເຄົາລົບດ້ວຍການກົ້ມຫົວຂໍ່ານັບ
@ ກົ້ມຫົວຂໍ່ານັບ ທ່ານຜູ້ນໍາຂອງຊາດ, ນັກຮົບວິລະຊົນ, ພະນັກງານລັດຖະກອນ, ຜູ້ທີ່ເສຍສະຫຼະຊີວິດເພື່ອປະເທດຊາດ, ດວງວິນຍານຂອງບັນພະບູລຸດ.
@ ກົ້ມຫົວຂໍ່ານັບຜູ້ບັງຄັບບັນຊາ, ບັນດາທ່ານຂ້າລາຊະການຜູ້ໃຫ່ຍ, ຄູອາຈານໃນສະຖານທີ່ ຫຼື ໂອກາດໃນພິທີການໃດໜຶ່ງຕາມຄວາມເໝາະສົມ.
3. ມາລະຍາດຕ່າງໆທີ່ຄວນປະຕິບັດ
3.1. ມາລະຍາດໃນການຂື້ນລົດລົງເຮືອ ແລະ ການຊົມມະໂຫລະສົບ
? ການຂື້ນລົດລົງເຮືອ: ຄວນໃຫ້ໂອກາດແກ່ພະສົງສາມະເນນ, ຄົນຊະລາ, ຄົນພິການແມ່ມານ, ເດັກນ້ອຍ, ແມ່ລູກອ່ອນ, ປະຕິບັດລະບຽບໃນການເດີນທາງໃຫ້ເຂັ້ມງວດ, ບໍ່ຖິ້ມຂອງເສດລົງໃສ່ລົດໃສ່ເຮືອ ຫຼື ຖິ້ມຊະຊາຍ, ບໍ່ລ່ວງເກີນຂອງຫວງຫ້າມໃນລັກສະນະຮູ້ແລ້ວແຕ່ພາໂລເຮັດບໍ່ຮູ້.
? ການຊົມມະໂຫລະສົບ: ຮັກສາຄວາມສະຫງົບ, ມີລະບຽບ, ໄປຕົງເວລາ, ບໍ່ສູບຍາ, ດື່ມຂອງມຶນເມົາ, ບໍ່ກິນອາຫານ ແລະ ບໍ່ຖິ້ມຂອງເສດຊະຊາຍຕາມສະຖານທີ່, ທຸກຄົນຄວມເປັນເຈົ້າຕົນເອງຮັກສາຄວາມສະອາດ.